Last Updated / ປັບປຸງລ່າສຸດ: January 02, 2026
We collect personal information necessary for EDL-Gen's employee, including your name and family name, contact details, ID/Passport number, and financial information for payroll purposes.
ພວກເຮົາເກັບກຳຂໍ້ມູນສ່ວນຕົວທີ່ຈຳເປັນສຳລັບ ພະນັກງານ ຜ-ຟຟລ, ລວມທັງຊື່ ແລະ ນາມສະກຸນ, ຂໍ້ມູນຕິດຕໍ່, ເລກບັດປະຈຳຕົວ/ໜັງສືຜ່ານແດນ, ແລະ ຂໍ້ມູນທາງດ້ານການເງິນເພື່ອການຈ່າຍເງິນເດືອນ.
Your data is used solely for HR management, payroll processing, tax reporting to Lao authorities, and providing employee benefits.
ຂໍ້ມູນຂອງທ່ານຈະຖືກນຳໃຊ້ເຂົ້າໃນການຄຸ້ມຄອງບຸກຄະລາກອນ, ການຄິດໄລ່ເງິນເດືອນ, ການລາຍງານສ່ວຍສາອາກອນຕໍ່ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ, ແລະ ການສະໜອງສະຫວັດດີການຕ່າງໆ.
Data is stored securely in the HRIS of EDL-Generation Public Company. We implement technical measures to prevent unauthorized access in accordance with the Law on Protection of Personal Data of Lao PDR.
ຂໍ້ມູນຈະຖືກເກັບຮັກສາໄວ້ຢ່າງປອດໄພໃນລະບົບ HRIS ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ. ພວກເຮົາໄດ້ກຳນົດມາດຕະການທາງດ້ານເຕັກນິກ ເພື່ອປ້ອງກັນການເຂົ້າເຖິງຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ ເຊິ່ງສອດຄ່ອງກັບ ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ ຂອງ ສປປ ລາວ.
We may share your data with government agencies (e.g., Social Security Organization) or service providers (e.g., Banks) as required by law of Lao PDR.
ພວກເຮົາອາດຈະແບ່ງປັນຂໍ້ມູນຂອງທ່ານໃຫ້ກັບອົງການຈັດຕັ້ງລັດ (ເຊັ່ນ: ອົງການປະກັນສັງຄົມແຫ່ງຊາດ) ຫຼື ຜູ້ສະໜອງບໍລິການ (ເຊັ່ນ: ທະນາຄານ) ຕາມທີ່ກົດໝາຍ ສປປ ລາວ ກຳນົດ.
You have the right to access, correct, or request the deletion of your personal data by contacting the HR Department.
ທ່ານມີສິດໃນການເຂົ້າເຖິງ, ປັບປຸງແກ້ໄຂ, ຫຼື ຮ້ອງຂໍໃຫ້ລຶບຂໍ້ມູນສ່ວນຕົວຂອງທ່ານ ໂດຍການຕິດຕໍ່ພົວພັນ ກັບ ຝ່າຍບຸກຄະລາກອນ.
For questions or to exercise your privacy rights, please contact ICT Department (EDL-Generation Public Company):
Email: ictd@edlgen.com.la; Address: Lao-Thai Friendship Road, P.O. Box 2392, Thongkang Village, Sisattanak District. Vientiane Capital. Lao PDR
ສຳລັບຄຳຖາມ ຫຼື ເພື່ອໃຊ້ສິດທິຄວາມເປັນສ່ວນຕົວຂອງທ່ານ, ກະລຸນາຕິດຕໍ່ ຝ່າຍເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ (ICT) ຜ-ຟຟລ:
ອີເມລ: ictd@edlgen.com.la; ທີ່ຢູ່: ຖະໜົນ ມິດຕະພາບ ລາວ-ໄທ, ຕູ້ ປ.ນ 2392, ບ້ານ ທົ່ງກາງ ເມືອງ ສີສັດຕະນາກ. ນະຄອນຫລວງວຽງຈັນ. ສປປ ລາວ.